ຮັບແລ່ນເອກະສານທຸກປະເພດ: ຖ້າທ່ານກໍາລັງຕ້ອງການປະກອບອາຊີບທາງດ້ານການຄ້າ ຫຼື ທຸລະກິດໃດໜຶ່ງ ນັ້ນໝາຍຄວາມວ່າທ່ານກໍາລັງຈະກາຍເປັນນັກທຸລະກິດຢ່າງເຕັມຕົວແລ້ວ. ແຕ່ທ່ານຮູ້ບໍ່ວ່າ ການເປີດບໍລິສັດ ຫຼື ກິດຈະການໃດໜຶ່ງ ຈະຕ້ອງໄດ້ຜ່ານກະຊວງອຸດສາຫະກໍາແລະການຄ້າ ຂັ້ນພະແນກ ຫຼື ຂັ້ນກະຊວງ. ຖ້າທ່ານຍັງບໍ່ຮູ້ລາຍລະອຽດກ່ຽວກັບກົດໝາຍການລົງທຶນ ແລະ ກົດໝາຍວິສາຫະກິດ, ບໍ່ຮູ້ວ່າການເປີດກິດຈະການໃດໜຶ່ງ ຕ້ອງການປະກອບເອກະສານຫຍັງແດ່? ຈໍາເປັນຕ້ອງໄດ້ແລ່ນຂໍໃບທະບຽນວິສາຫະກິດຈາກ ກະຊວງ ອຸດສາຫະກໍາ ແລະ ການຄ້າບໍ? ທີ່ນິ້ມີຄໍາຕອບ! ບໍລິສັດພວກເຮົາ ພ້ອມໃຫ້ບໍລິການທ່ານແລ້ວ, ບໍ່ວ່າຈະເປັນເອກະສານຂໍເປີດບໍລິສັດໃຫມ່, ຂໍໃບອະນຸຍາດດໍາເນີນທຸລະກິດ,ໃບອະນຸຍາດລົງທຶນ, ສັນຍາໂອນຫຸ້ນບໍລິສັດ ແລະ ອື່ນໆ. ຖ້າທ່ານພ້ອມແລ້ວທີ່ຈະເປີດບໍລິສັດ ແລະ ກຽມຕົວເປັນນັກທຸລະກິດ ຕິດຕໍ່ພວກເຮົາໄດ້ທີ: 020 91321888 Email: advanced.trans168@gmail.com
ໃຫ້ຄຳປຶກສາກ້ານການບັນຊີ-ແຈ້ງພາສີອາກອນ: ສ້າງທາງເລືອກທີ່ດີທີ່ສຸດ ສຳລັບທ່ານດ້ວຍຄຳປຶກສາດ້ານການບັນຊີ ແລະ ການແຈ້ງພາສີ! ທ່ານສົນໃຈທີ່ຈະຈັດການທຸລະກິດຢ່າງມືອາຊີບບໍ? ພວກເຮົາພ້ອມທີ່ຈະຊ່ວຍໃຫ້ທ່ານປະຢັດເວລາຫລຸດຜອນຄວາມສັບຊ້ອນ ແລະ ປະສິດທິ ພາບທາງການເງິນຂອງທ່ານດ້ວຍບໍລິການຂອງພວກເຮົາ! ບໍລິການຂອງເຮົາປະກອບດ້ວຍ: ✅ ຄຳປຶກສາການບັນຊີສໍາລັບທຸລະກິດຂະຫນາດນ້ອຍ ແລະໃຫຍ່ ✅ ການແຈ້ງພາສີອາກອນຢ່າງຖືກຕ້ອງ ແລະ ທັນເວລາ ✅ ການວາງແຜນພາສີທີ່ປະຫຍັດ ແລະ ມີປະສິດທິພາບ ✅ ສ້າງລາຍງານທາງການເງິນ ທີ່ຊັດເຈນ ແລະ ຖືກຕ້ອງ ທ່ານຈະໄດ້ຮັບປະໂຫຍດຫຍັງ? ✅ ຄວາມສຸກສະບາຍໃຈວ່າທຸລະກິດຂອງທ່ານຈັດການຢ່າງຖືກຕ້ອງ ✅ ຄວາມມັ່ນໃຈວ່າທ່ານປະຫຍັດພາສີໄດ້ສູງສຸດ ພ້ອມຮັບມືກັບຄວາມທ້າທາຍທາງກົດ ໝາຍ ✅ ຄວາມເຂົ້າໃຈທາງການເງິນ ທີ່ສົ່ງເສີມໃຫ້ທ່ານຂະຫຍາຍທຸລະກິດໄດ້ຢ່າງໝັ້ນຄົງ “ ກ້າວຂ້າມທຸກບັນຫາທາງການເງິນ ດ້ວຍຄວາມຊ່ຽວຊານຂອງພວກເຮົາ! ”
ບໍລິສັດພວກເຮົາມີຄວາມຍິນດີໃຫ້ບໍລິການທ່ານ ທາງດ້ານກົດໝາຍ ເຊິ່ງປະກອບດ້ວຍບໍລິການດັ່ງລຸ່ມນີ້ ໃຫ້ຄໍາປຶກສາດ້ານກົດໝາຍ ໃຫ້ຄໍາປຶກສາກ່ຽວກັບກົດໝາຍທຸລະກິດເຊັ່ນ: ການຈົດທະບຽນວິສາຫະກິດ, ການເຮັດສັນຍາຮ່ວມມື, ສັນຍາຮ່ວມທຸລະກິດ; ໃຫ້ຄໍາປຶກສາກ່ຽວກັບກົດໝາຍແຮງງານເຊັ່ນ: ສັນຍາແຮງງານ ແລະ ການຍົກເລີກສັນຍາແຮງງານ; ໃຫ້ຄໍາປຶກສາກ່ຽວກັບກົດໝາຍແພ່ງ ເຊັ່ນ: ການດໍາເນີນຄະດີແພ່ງ, ການຊື້ຂາຍອະສັງຫາລິມະຊັບ, ການຈົດທະບຽນທີ່ດິນ; ໃຫ້ຄໍາປຶກສາດ້ານ ກົດໝາຍອາຍາ ເຊັ່ນ: ການຮ້ອງຟ້ອງທາງອາຍາ ແລະ ອື່ນໆ 2. ດໍາເນີນຄະດີ ບໍລິສັດ ທີ່ປຶກສາຂອງພວກເຮົາ ມີບໍລິການ ດໍາເນີນຄະດີ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງທ່ານ ພາຍໃຕ້ການປະຕິບັດທີ່ສອດຄ່ອງຕາມລະບຽບກົດໝາຍ; 3. ຮ່າງສັນຍາ ແລະ ບົດບັນທຶກ ນອກຈາກຄໍາແນະນໍາດ້ານເທິງ ພວກເຮົາຍັງມີບໍລິການກ່ຽວກັບ ການຮ່າງສັນຍາທຸກປະເພດ ຕາມຄວາມຕ້ອງການຂອງລູກຄ້າ ເປັນຕົ້ນວ່າ: ສັນຍາຮ່ວມທຸກລະກິດ, ສັນຍາວ່າດ້ວຍ ບໍລິການ, ສັນຍາມອບຊັບສິນ, ພິໄນກໍາ ແລະ ບົດບັນທຶກຕ່າງໆ ຕາມຄວາມຕ້ອງການຂອງລູກຄ້າ.
Lorem ipsum dolor sit aonsecteur adipisicing elit, sed do eiustempor.