ບໍລິການແປພາສາຕ່າງປະເທດ

ບໍລິການແປພາສາຕ່າງປະເທດ: ການສື່ສານທາງດ້ານພາສາເປັນບັນຫາທີ່ສໍາຄັນ ແລະ ມີບົດບາດຢ່າງກວ້າງຂວາງໃນໂລກສັງຄັມປັດຈຸບັນ, ເຊິ່ງການສື່ສານເປັນສິ່ງທີ່ຫຼີກຫຼ້ຽງບໍ່ໄດ້ໃນຊີວິດປະຈໍາວັນ, ບໍ່ວ່າຈະເປັນການສົນທະນາ, ການໂອ້ລົມ, ການພົວພັນລະຫວ່າງປະເທດ, ການເຈລະຈາທາງການຄ້າ ແລະ ທຸລະກິດຕ່າງໆ ທັງລາຍລັກອັກສອນ ແລະ ພາສາປາກເວົ້າ.  ສະນັ້ນ,​ ບໍລິສັດພວກເຮົາ ເຫັນໄດ້ເຖິງຄວາມສໍາຄັນດັ່ງກ່າວ ຈຶ່ງພ້ອມກັນກໍ່ສ້າງ ບໍລິສັດ ແອດວັນ ບໍລິການແປພາສາ ຈໍາກັດ ເພື່ອອໍານວຍຄວາມສະດວກໃຫ້ແກ່ທ່ານ ເຊັນ:  ການແປເອກະສານ, ການແປທົ່ວໄປ,​ ການແປທາງເຕັກນິກ, ການແປເວັບໄຊ ແລະ ຊັອບແວ (Localization),​ ການແປພ້ອມສຽງ (Simultaneous Interpreting), ການແປຕາມສຽງ (Consecutive Interpreting) ໃນກອງປະຊຸມທາງທຸລະກິດ, ກອງປະຊຸມທາງການ, ພິທີເຊັນສັນຍາ ແລະ ອື່ນໆ. ດ້ວຍບຸກຄະລາກອນທີ່ມີຄວາມສາມາດ, ປະສົບການ ແລະ ຄວາມຊໍານານທາງດ້ານພາສາຫຼາຍກວ່າ 8 ປີ, ພວກເຮົາພ້ອມບໍລິການທ່ານຫຼາຍກວ່າ 10 ພາສາ, ເຊັ່ນ: ພາສາລາວ, ຈີນ, ອັງກິດ, ຫວຽດ, ເກົາຫຼີ, ຍີ່ປຸ່ນ, ຝຣັ່ງ,​ລັດເຊຍ, ເຢຍລະມັນ, ໄທ, ສະເປນ ແລະ ຮັງກາລີ ເປັນຕົ້ນ.  

ເອກະສານທຸກສະບັບທີ່ແປໂດຍບໍລິສັດພວກເຮົາ ລ້ວນແຕ່ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງທາງດ້ານການແປ ແລະ ສາມາດນໍາໃຊ້ທາງດ້ານກົດໝາຍຢ່າງມີປະສິດທິພາບ. ນອກຈາກນີ້, ບໍລິສັດພວກເຮົາ ຍັງມີບໍລິການຈໍ້າກາທະບຽນສານ, ກະຊວງການຕ່າງປະເທດ ແລະ ສະຖານທູດ ຫຼື ສະຖານກົງສຸນປະເທດຕ່າງໆປະຈໍາລາວ ອີກດ້ວຍ.​

Leave a comment