
ບໍລິສັດພວກເຮົາມີຄວາມຍິນດີໃຫ້ບໍລິການທ່ານ ທາງດ້ານກົດໝາຍ ເຊິ່ງປະກອບດ້ວຍບໍລິການດັ່ງລຸ່ມນີ້
- ໃຫ້ຄໍາປຶກສາດ້ານກົດໝາຍ
- ໃຫ້ຄໍາປຶກສາກ່ຽວກັບກົດໝາຍທຸລະກິດເຊັ່ນ: ການຈົດທະບຽນວິສາຫະກິດ, ການເຮັດສັນຍາຮ່ວມມື, ສັນຍາຮ່ວມທຸລະກິດ;
- ໃຫ້ຄໍາປຶກສາກ່ຽວກັບກົດໝາຍແຮງງານເຊັ່ນ: ສັນຍາແຮງງານ ແລະ ການຍົກເລີກສັນຍາແຮງງານ;
- ໃຫ້ຄໍາປຶກສາກ່ຽວກັບກົດໝາຍແພ່ງ ເຊັ່ນ: ການດໍາເນີນຄະດີແພ່ງ, ການຊື້ຂາຍອະສັງຫາລິມະຊັບ, ການຈົດທະບຽນທີ່ດິນ;
- ໃຫ້ຄໍາປຶກສາດ້ານ ກົດໝາຍອາຍາ ເຊັ່ນ: ການຮ້ອງຟ້ອງທາງອາຍາ ແລະ ອື່ນໆ
2. ດໍາເນີນຄະດີ
ບໍລິສັດ ທີ່ປຶກສາຂອງພວກເຮົາ ມີບໍລິການ ດໍາເນີນຄະດີ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງທ່ານ ພາຍໃຕ້ການປະຕິບັດທີ່ສອດຄ່ອງຕາມລະບຽບກົດໝາຍ;
3. ຮ່າງສັນຍາ ແລະ ບົດບັນທຶກ
ນອກຈາກຄໍາແນະນໍາດ້ານເທິງ ພວກເຮົາຍັງມີບໍລິການກ່ຽວກັບ ການຮ່າງສັນຍາທຸກປະເພດ ຕາມຄວາມຕ້ອງການຂອງລູກຄ້າ ເປັນຕົ້ນວ່າ: ສັນຍາຮ່ວມທຸກລະກິດ, ສັນຍາວ່າດ້ວຍ ບໍລິການ, ສັນຍາມອບຊັບສິນ, ພິໄນກໍາ ແລະ ບົດບັນທຶກຕ່າງໆ ຕາມຄວາມຕ້ອງການຂອງລູກຄ້າ.