ໃຫ້ຄຳປຶກສາດ້ານທຶນຮຽນຕໍ່ຕ່າງປະເທດ

ໃຫ້ຄຳປຶກສາດ້ານທຶນຮຽນຕໍ່ຕ່າງປະເທດ: ໃນ​ຍຸກ​ປັດ​ຈຸ​ບັນ​ນີ້, ການ​ສຶກ​ສາ​ເປັນ​ສິ່ງ​ທີ່​ມີ​ບົດ​ບາດ​ສູງ​ທີ​່​ສຸດ​ຕໍ່​ກັບ​ການ​ພັດ​ທະ​ນາສັງ​ຄົມ ແລະ ​ປະ​ເທດ​ຊາດ, ສະ​ນັ້ນ, ການ​ທີ່​ເຮົາ​ໄດ້​ກາຍ​ເປັນ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄວາມ​ຮູ້, ຄວາມ​ສາ​ມາດ ເປັນ​ສິ່ງທີ່​ປະ​ເສີດຫຼາຍ. ຖ້າ​ທ່ານ​ເປັນ​ຜູ້​ໜຶ່ງ​ທີ່​ກຳ​ລັງ​ຊອກ​ຫາ​ໂອ​ກາດ​ຮຽ​ນ​ຕໍ່​ຕ່າງ​ປະ​ເທດ ຫຼ​ື ສ​ປ ຈີນ ໃຫ້​ກັບ​ຕົວ​ເອງ, ລູກຫຼານ ຫຼື ໝູ່​ເພື່ອນ, ເມື່ອ​ທ່ານ​ອ່ານ​ມາ​ຮອດ​ຈຸດ​ນີ້ ຖື​ວ່າ​ທ່ານ​ໄດ້​ພົບ​ໂອ​ກາດ​ເຄິ່ງ​ທາງ​ແລ້ວ ແລະ ຄວາມ​ຝັນ​ຂອງ​ທ່ານ​ກຳ​ລັງ​ຈະ​​ເປັນ​ຈິງ ເພາະ​ບ​ໍ​ລ​ິ​ສັດ​ຂອງ​ພວກ​ເຮົາ ມີ​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ການ​ຂໍ​ທຶນ​ຮຽນ​ຕໍ່ລະ​ດັບປະ​ລິນ​ຍາ​ຕີ, ປະ​ລິນ​ຍາ​ໂທ ແລະ ປະ​ລິນ​ຍາເອກ ຢູ່​ ສ​ປ ຈີນ. ​ດັ່ງ​ທີ່​ທຸກ​ທ່ານ​ຮັບ​ຮູ​້ ແລະ ເຂົ້າ​ໃຈ​ ການ​ໄປ​ຮຽນ​ຕໍ່​ຢູ່ ສ​ປ ຈີນ ເປັນ​ເລື່ອງ​ທີ່​ຍາກ ແລະ ສັບ​ສົນ ບໍ່​ຮູ້​ວ່າ​ຈະ​ເລີ່ມ​ຕົ້ນ​ຍື່ນເອກະສານສະ​ໝັກແນວ​ໃດ ແລະ ​ປະ​ກອບ​ເອ​ກະ​ສານ​ຫຍັງ​ແດ່? ຕ້ອງ​ເກັ່ງ​ພາ​ສາ​ຈີນ ຫຼື ມີ​ໃບ​ຢັ​້ງ​ຢືນ HSK4 ຈຶ່ງ​ສາ​ມາດ​ສະ​ໝັກ​ໄດ້​ບໍ, ຍື່ນເອກະສານຜ່ານພາກສ່ວນໃດແດ່? ຄຳ​ຖາມ​ ແລະ ຂໍ້​ຂ້ອງ​ໃຈ​ເຫຼົ່າ​ນີ້ ຈະ​ໝົດ​ໄປ ພຽງ​ແຕ່​ທ່ານ​ເຂົ້າ​ມາ​ປຶກ​ສາ​ກັບ​ພ​ວກ​ເຮົາ, ກົດໜຶ່ງຄັ້ງ ເພື່ອສານຝັນຮຽນຕໍ່ຈີນ  020 91321888.

Leave a comment